ຄູ່ມືລູກຄ້າ · ແອັບ LTEX

ໃຊ້ LITTLE EXPRESS ແນວໃດ

ສັ່ງເຄື່ອງຈາກໄທ, ຕິດຕາມພັດສະດຸ, ເຊັກລາຄາ, ຈ່າຍຄ່າສົ່ງ ແລະ ໃຊ້ບໍລິການ COD / ໂອນເງິນ ຈາກມືຖືຂອງທ່ານ. ແຕະຮູບເພື່ອເບິ່ງຂະໜາດໃຫຍ່.

ແອັບ Android LTEX: ດາວໂຫຼດທີ່ https://littleexpresslao.com/download ຫຼື ເປີດໃນ browser: https://littleexpresslao.com/c

ຊື່, ເບີໂທ, ລາຄາ ແລະ ຕຳແໜ່ງໃນແຜນທີ່ໃນຮູບ ແມ່ນຕົວຢ່າງ. ລາຄາທັງໝົດເປັນ ເງິນບາດ — ຈ່າຍເປັນກີບໄດ້ ຕາມອັດຕາມື້ນັ້ນ.

1 · ຕິດຕັ້ງ ແລະ ສະໝັກ

ຕິດຕັ້ງແອັບ LTEX

  1. ເປີດ littleexpresslao.com/download → ກົດ ດາວໂຫຼດ APK (Android) → ເປີດໄຟລ໌ → ຕິດຕັ້ງ (ຖ້າຖາມ ໃຫ້ອະນຸຍາດຕິດຕັ້ງຈາກແຫຼ່ງນີ້).
  2. ໄອຄອນ LTEX ຈະຢູ່ໜ້າຈໍມືຖື. ມີເວີຊັນໃໝ່ ແອັບຈະຖາມໃຫ້ອັບເດດເອງ.
  3. iPhone / ບໍ່ຢາກຕິດຕັ້ງ: ເປີດ littleexpresslao.com/c ແລ້ວ ເພີ່ມໃສ່ໜ້າຫຼັກ (Chrome ⋮ → Add to Home screen · Safari → ແບ່ງປັນ → Add to Home Screen).
ໜ້າຫຼັກ LTEX

ສະໝັກໃໝ່ (ຄັ້ງທຳອິດ)

  1. ແຖບ ພັດສະດຸ → ສະໝັກໃໝ່.
  2. ໃສ່ ຊື່, ເບີໂທ (ເບີທີ່ທ່ານທັກແຊັດກັບຮ້ານ ຈະຢືນຢັນໄດ້ໄວ), ສາຂາທີ່ຈະຮັບເຄື່ອງ ແລະ ຕັ້ງ PIN 6 ຕົວ (ຫ້າມ 123456, 111111 ແລະ ຕົວເລກລຽງກັນ) → ສົ່ງການສະໝັກ.
  3. ແອັບຂຶ້ນ ລໍຮ້ານຢືນຢັນ — ຮ້ານອາດໂທ ຫຼື ທັກຫາເພື່ອຢືນຢັນເບີ. ຢາກໄວ ກົດ ທັກແຊັດໃຫ້ຢືນຢັນໄວ.
  4. ຢືນຢັນແລ້ວ: ເຂົ້າສູ່ລະບົບດ້ວຍ ເບີໂທ + PIN ທີ່ຕັ້ງໄວ້ (ມືຖືເຄື່ອງໃດກໍໄດ້). ທ່ານຈະໄດ້ ລະຫັດລູກຄ້າ LX-….

ໃສ່ PIN ຜິດ 5 ເທື່ອ ຈະລັອກ 15 ນາທີ. ລືມ PIN ຫຼື ປ່ຽນມືຖື: ທັກຫາຮ້ານຂໍ ລິ້ງເຂົ້າແອັບ → ແຕະລິ້ງ (ຫຼື ວາງລິ້ງໃນແອັບ LTEX: "ມີລິ້ງຈາກຮ້ານ?") → ຕັ້ງ PIN ໃໝ່. ລິ້ງໃຊ້ໄດ້ຄັ້ງດຽວ ພາຍໃນ 7 ວັນ — ຢ່າສົ່ງຕໍ່ໃຫ້ຄົນອື່ນ.

ເຂົ້າສູ່ລະບົບ / ສະໝັກໃໝ່
ຟອມສະໝັກ
ລໍຮ້ານຢືນຢັນ

2 · ໃຊ້ແອັບ

ສັ່ງເຄື່ອງຈາກໄທ: ທີ່ຢູ່ສາງໜອງຄາຍ

  1. ໜ້າຫຼັກ → ສັ່ງເຄື່ອງຈາກໄທ (ຫຼື ໄອຄອນ ທີ່ຢູ່ສາງ).
  2. ເລືອກ ສາຂາທີ່ຈະຮັບເຄື່ອງ. ເຂົ້າສູ່ລະບົບແລ້ວ ລະຫັດລູກຄ້າ, ຊື່ ແລະ ເບີ ຈະໃສ່ໃຫ້ເອງ.
  3. ກົດ ສຳເນົາທີ່ຢູ່ທັງໝົດ → ວາງໃນ Shopee, Lazada, TikTok … ຕອນສັ່ງເຄື່ອງ.
  4. ເຄື່ອງຮອດສາງໜອງຄາຍ ຮ້ານຂົນຂ້າມມາລາວໃຫ້ — ຕິດຕາມໃນແອັບ ແລ້ວມາຮັບທີ່ສາຂາທີ່ເລືອກ.
ທີ່ຢູ່ສາງໄທຂອງຂ້ອຍ

ເຊັກລາຄາ · ກ່ອງ & ຂະໜາດ

  • ເຊັກລາຄາ: ເລືອກ ໄທ → ລາວ ຫຼື ລາວ → ໄທ, ເລືອກກ່ອງ (ຫຼື ລະບຸຂະໜາດເອງ) ແລະ ນ້ຳໜັກ → ເຫັນ ລາຄາປະມານ. ຄິດອັນທີ່ແພງກວ່າ ລະຫວ່າງຂະໜາດ ແລະ ນ້ຳໜັກ; ພະນັກງານວັດ ແລະ ຊັ່ງຕົວຈິງຕອນຮັບເຄື່ອງ.
  • ກ່ອງ & ຂະໜາດ: ກ່ອງມາດຕະຖານໄທທຸກເບີ ພ້ອມລາຄາເລີ່ມຕົ້ນ.
  • ສົ່ງລາວ → ໄທ: ນຳເຄື່ອງມາຝາກທີ່ຮ້ານ — ເຊັກລາຄາໄດ້ຄືກັນ.
ເຊັກລາຄາຄ່າສົ່ງ

ຕິດຕາມພັດສະດຸ ແລະ ພັດສະດຸຂອງຂ້ອຍ

  • ບໍ່ຕ້ອງເຂົ້າລະບົບ: ພິມ ຫຼື ສະແກນເລກພັດສະດຸ ຢູ່ຊ່ອງຄົ້ນຫາເທິງສຸດ → ເຫັນວ່າຢູ່ຂັ້ນໃດ: ຮອດໜອງຄາຍ → ຢູ່ເທິງລົດ → ຮອດສຳນັກງານໃຫຍ່ → (ສາຂາ) → ມອບແລ້ວ.
  • ແຖບ ພັດສະດຸ (ເຂົ້າສູ່ລະບົບແລ້ວ): ລໍມາຮັບ / ກຳລັງມາ / ຕ້ອງຈ່າຍ ແລະ ລາຍການທັງໝົດຂອງເບີທ່ານ — ກັ່ນຕອງໄດ້; ແຕະເພື່ອເບິ່ງລາຍລະອຽດ ແລະ ຈ່າຍ.
ຕິດຕາມ (ບໍ່ຕ້ອງເຂົ້າລະບົບ)
ພັດສະດຸຂອງຂ້ອຍ

ສາຂາ · ໂປຣ · ບັນຊີ

  • ສາຂາ: ແຜນທີ່ທຸກສາຂາ, ເປີດຢູ່ / ປິດແລ້ວ, ກົດ ◎ ເບິ່ງໄລຍະທາງຈາກບ່ອນທ່ານ, ປຸ່ມ ນຳທາງ ແລະ ໂທ.
  • ໂປຣ: ໂປຣໂມຊັນ ແລະ ຂ່າວຈາກຮ້ານ — ກົດເບິ່ງຮູບໃຫຍ່ ແລະ ແບ່ງປັນໄດ້.
  • ບັນຊີ: ທີ່ຢູ່ສາງຂອງຂ້ອຍ, ການຈ່າຍເງິນ, COD ແລະ ໂອນເງິນ, ພາສາ, ປ່ຽນ PIN, ອອກຈາກລະບົບ.
  • ໜ້າຫຼັກຍັງມີ: ທັກແຊັດ, ໂທຫາຮ້ານ, ຮັບຫິ້ວ (ທັກແຊັດສັ່ງເຄື່ອງແທນ), ເວລາເປີດ.
ສາຂາໃນແຜນທີ່
ໂປຣ & ຂ່າວ
ບັນຊີ

4 · COD ແລະ ໂອນເງິນ

ສັ່ງເກັບປາຍທາງ (COD)

ສັ່ງເຄື່ອງແບບເກັບເງິນປາຍທາງ ສົ່ງມາໜອງຄາຍ — ຮ້ານຈ່າຍແທນໃຫ້ ແລ້ວທ່ານຈ່າຍຄືນ.

  1. ໜ້າຫຼັກ → COD (ຕ້ອງເຂົ້າສູ່ລະບົບກ່ອນ).
  2. ໃສ່ ເລກພັດສະດຸ, ຊື່ຮ້ານ, ຍອດເກັບປາຍທາງ (ບາດ) → ສ້າງ.
  3. ເມື່ອເຄື່ອງຮອດ ຮ້ານຈະແຈ້ງ — ຈ່າຍດ້ວຍ QR ແລະ ແນບສະລິບ ໃນແຖບ ພັດສະດຸ.

ໂອນເງິນເຂົ້າບັນຊີໄທ

  1. ໜ້າຫຼັກ → ໂອນເງິນໄທ, ຫຼື ເປີດລິ້ງໂອນເງິນທີ່ຮ້ານສົ່ງໃຫ້.
  2. ໃສ່ ທະນາຄານ, ເລກບັນຊີ, ຊື່ບັນຊີ ແລະ ຍອດໂອນ (ບາດ).
  3. ລະບົບຄິດ ຄ່າບໍລິການ ແລະ ຍອດລວມ ໃຫ້ເລີຍ (ຈ່າຍເປັນບາດ ຫຼື ກີບ) → ສະແກນ QR ຈ່າຍ → ແນບສະລິບ.
  4. ຮ້ານໂອນໃຫ້ແລ້ວ ຈະແນບສະລິບຝັ່ງໄທໃຫ້ທ່ານເບິ່ງໃນລິ້ງດຽວກັນ.

ກວດ ເລກບັນຊີ ແລະ ຊື່ບັນຊີ ໃຫ້ຖືກກ່ອນສົ່ງທຸກຄັ້ງ.

ບັນຊີ + ຍອດ

ຄຳຖາມທີ່ພົບເລື້ອຍ

ສະໝັກແລ້ວ ແຕ່ເຂົ້າບໍ່ໄດ້?

ແອັບບອກ "ຮ້ານຍັງບໍ່ທັນຢືນຢັນ" = ລໍຮ້ານຢືນຢັນເບີຂອງທ່ານ (ທັກແຊັດໃຫ້ໄວຂຶ້ນໄດ້). "ການສະໝັກບໍ່ຜ່ານ" = ທັກຫາຮ້ານ. "ເບີນີ້ມີບັນຊີແລ້ວ" = ເຂົ້າດ້ວຍ PIN, ຫຼື ຂໍລິ້ງຖ້າລືມ.

ລືມ PIN / ປ່ຽນມືຖື?

ທັກຫາຮ້ານ ຂໍລິ້ງເຂົ້າແອັບໃໝ່ — ແຕະລິ້ງແລ້ວຕັ້ງ PIN ໃໝ່ໄດ້ເລີຍ.

ລິ້ງບອກວ່າ "ໃຊ້ແລ້ວ" ຫຼື "ໝົດອາຍຸ"?

ລິ້ງເຂົ້າແອັບໃຊ້ໄດ້ຄັ້ງດຽວ ພາຍໃນ 7 ວັນ. ຖ້າຕັ້ງ PIN ແລ້ວ ໃຫ້ເຂົ້າດ້ວຍ ເບີ + PIN; ຖ້າຍັງ ໃຫ້ຂໍລິ້ງໃໝ່.

ບໍ່ເຫັນພັດສະດຸຂອງຂ້ອຍ?

ພັດສະດຸຈະຂຶ້ນເມື່ອຮ້ານບັນທຶກກັບເບີ ຫຼື ລະຫັດລູກຄ້າຂອງທ່ານແລ້ວ (ໃສ່ລະຫັດ LX ໃນຊື່ຜູ້ຮັບຕອນສັ່ງເຄື່ອງ). ລອງຄົ້ນຫາດ້ວຍເລກພັດສະດຸ, ຫຼື ແຈ້ງເລກໃຫ້ຮ້ານ.

ຈ່າຍເປັນກີບ ໄດ້ບໍ?

ໄດ້. ລາຄາເປັນບາດ; ຈ່າຍກີບ = ບາດ × ອັດຕາມື້ນັ້ນ (ປັດຂຶ້ນ 1,000 ກີບ) — ໜ້າລິ້ງບອກຍອດກີບໃຫ້.

ສົ່ງສະລິບແລ້ວ ແຕ່ຍັງບໍ່ "ຈ່າຍແລ້ວ"?

ຮ້ານຕ້ອງກວດສະລິບກ່ອນ — ປົກກະຕິບໍ່ດົນ ໃນເວລາເຮັດການ. ຖ້າຂຶ້ນ "ຍອດບໍ່ກົງ" ໃຫ້ສົ່ງສະລິບໃໝ່.